ບຸນຫໍ່ເຂົ້າສະຫລາກ | Boun Ho Khao Salak
ບຸນຫໍ່ເຂົ້າສະຫລາກ | Boun Ho Khao Salak ❝ມໍລະດົກໂລກ ຫຼວງພຣະບາງ Luang Phrabang Patrimoine mondial de l' UNESCO World Heritage 1995 ບຸນຫໍ່ເຂົ້າສະຫລາກ - Boun Hokhaosalak ບຸນຫໍ່ເຂົ້າສະຫລາກ ບຸນຫໍ່ເຂົ້າສະຫລາກ: ແມ່ນບຸນ ອຸທິດສົ່ງຜົນບຸນ ໄປຫາຍາດພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ດັ່ງດຽວກັບ ບຸນຫໍ່ເຂົ້າປະດັບດິນ ແຕ່ ວ່າມີວິທີເຮັດຕ່າງກັນ. ຕາມປະເພນີຂອງລາວເຮົາເພິ່ນເຮັດບຸນຫໍ່ເຂົ້າສະຫລາກ ໃນມື້ຂຶ້ນ 15 ຄໍ່າ ເດືອນ 10 ທຸກໆປີ ສະເພາະ ປີ 2024 ກົງກັບ ວັນອັງຄານ ວັນທີ 17 ເດືອນ ກັນຍາ ພສ 2567. ເມື່ອຮອດວັນນີ້ ເຖົ້າແກ່ຊາວບ້ານ ພາກັນຈັດເອົາ ເຂົ້ານ້ຳ ອາຫານ ແລະ ເຄື່ອງທານຕ່າງໆ ມີດອກໄມ້ທູບທຽນ ກວຍເຂົ້າສະລາກ ແລະ ພາເຂົ້າທິບ(ແລ້ວແຕ່ອາຫານນີຍົມຂອງທ່ອງທີ່ນ) ໄປໂຮມກັນຢູ່ທີວັດ. ເມື່ອຊາວບ້ານ ມາໂຮມກັນໝົດ ແລ້ວເພິ່ນກໍ່ ເກັບເອົາສະຫລາກ ອອກຈາກກວຍ ຂອງແຕ່ລະຄົນໃສ່ ໃນບາດໄວ້ ເມື່ອພະສົງສາມະເນນ ອົງໃດ ຈັບສະລາກ ຖືກຊື່ຜູ້ໃດນັ້ນ ກໍຖວາຍ ອາຫານ ແລະ ສິ່ງຂອງຕ່າງໆ ໃຫ້ແກ່ ພະສົງສາມະເນນອົງນັ້ນ. ເຄ...